ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ຂອງບັນດາກົມກອງ ເຂດ 4


   ວັນທີ 23 ມິຖຸນາ 2023 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ປີ 2023 ຂອງບັນດາກົມກອງ ເຂດ 4, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າ ກົມການເງິນ, ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບຸນ, ກອງພົນທີ 1, ວິທະຍາຄານພະລາ ທິການ, ວິທະຍາຄານກົມມະດຳ, ກອງພັນໃຫຍ່ 497, ກອງພັນໃຫຍ່ 941 ເຂົ້າຮ່ວມ. ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນ ກັນຂຶ້ນລາຍງານສະພາບວຽກງານຮອບດ້ານທີ່ພົ້ນເດັ່ນໄລຍະ 3 ເດືອນຜ່ານມາ ແລະ ຜ່ານທິດທາງແຜນການ ປະຈຳ ໄຕມາດ III ປີ 2023. ເຊິ່ງໃນໄລຍະຜ່ານ ມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມ ກອງ, ເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ໄປຄຽງຄູ່ກັນນັ້ນກໍ່ໄດ້ ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງ ຮາກຖານການເມືອງແບບມູນເຊື້ອ ຢູ່ບັນດາຂອບເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳສະພາບການຕ່າງໆ ແລ້ວລາຍງານ ໃຫ້ຂັ້ນເທິງຕາມລຳດັບ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ຕິດພັນກັບການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາ ກົມກອງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຕາມທິດຊີ້ນໍາຂອງ ກະຊວງປ້ອງກັນປະເທດ. ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນແມ່ນບັນຫາສິ່ງເສບຕິດ, ສາສະໜາ, ການລ່າສັດທີ່ຜິດກົດໝາຍ ແລະ ແກ້ໄຂບັນຫາການຈັບຈອງດິນຂອງປະຊາຊົນ ໃນຂອບ ເຂດດິນຍຸດທະສາດ, ພ້ອມດຽວກັນນັ້ນ ຂົງເຂດວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງ ອອກລ້ວນ ແລ້ວ ແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສໍາເລັດເປັນຢ່າງດີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍແຕ່ລະກົມກອງ ທີ່ໄດ້ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບ ໝາຍຂອງຂັ້ນເທິງ ສາມາດເຮັດໃຫ້ທ້ອງຖິ່ນຂອງຕົນຮັບຜິດຊອບ ມີ ຄວາມສະຫງົບໂດຍພື້ນຖານ, ແລະ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງຈົ່ງເຊີດຊູຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນທ້ອງຖິ່ນ, ສືບຕໍ່ພົວພັນຮ່ວມມື, ລາຍງານຂໍ້ມູນຂ່າວສານ ລະຫວ່າງ ແຂວງຕໍ່ແຂວງ, ກົມກອງຕໍ່ກົມກອງ ເອົາໃຈໃສ່ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທປະກອນ ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບໃຫ້ທັນເວລາ. ພ້ອມ ກັນອອກແຮງແຂ່ງຂັນສ້າງຜົນງານ ແລະ ຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນ ກ້ວາງຂວາງ.

ແຫຼ່ງທີ່ມາ:ສາຍຄໍາ ພອນ​ມະ​ນີ
ວັນທີ 28/06/2023